ໜ້າຫຼັກ / ການເຄື່ອນໄຫວ / ສະຫລຸບການເຂົ້າຮ່ວມແຂ່ງຂັນຍິງປືນ ທາງດ້ານຍຸດທະວິທີກອງທັບອາຊຽນ

ສະຫລຸບການເຂົ້າຮ່ວມແຂ່ງຂັນຍິງປືນ ທາງດ້ານຍຸດທະວິທີກອງທັບອາຊຽນ

09 Feb 2024 | ຂ່າວ-ພາບ: ເຊໂປນ ມະໂນກຸນ |

ໂອກາດນີ້ສະຫາຍ ພົນຕີ ພັນແສງ ບຸນພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ ຜົນສຳເລັດທີ່ຍາດມາໄດ້ ໃນການເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມເອົາໃຈໃສ່ ໃນການຝືກຝົນຫລໍ່​ຫລອມ ທາງດ້ານພາລະກຳລັງການຝຶກຊ້ອມ ແລະ ຄວາມເອົາໃຈໃສ່ຂອງຂັ້ນເທິງ ຢ່າງໃກ້ຊິດອັນໄດ້ສ້າງໃບໜ້າໃໝ່ ໃຫ້ແກ່ກອງທັບປະຊາຊົນລາວ ໂດຍສະເພາະ ກົມໃຫຍ່ເສນາທິການກອງທັບ ແລະ ຍັງຊ່ວຍພັດທະນາ ກອງທັບປະຊາຊົນລາວ ກາຍເປັນກອງທັບ ທີ່ມີແບບແຜນ ແລະ ທັນສະໄໝ.

ພ້ອມກັນນັ້ນ, ຍັງໄດ້ມອບຫລຽນໄຊພິລະອາດຫານຊັ້ນ III ໃຫ້ກົມກອງລວມໝູ່ມອບໃບຍ້ອງຍໍກະຊວງປ້ອງກັນປະເທດ ໃຫ້ແກ່ຄູຝືກ ແລະ ນັກກິລາເຂົ້າຮ່ວມແຂ່ງຂັນໃນຄັ້ງນີ້ ແລະ ມອບເງິນລາງວັນໃຫ້ນັກກິລາຕາມແຕ່ປະເພດ ຕື່ມອີກ.

Share:

ຂ່າວຫຼ້າສຸດ

ການເມືອງ

ໂທລະພາບແຫ່ງຊາດລາວ ສະຫລອງ ວັນສ້າງຕັ້ງ ຄົບຮອບ 40 ປີ

  • 04 Dec 2023
  • ຂ່າວ: ວຽງສະຫວັນ

 ຂປລ. ພິທີສະເຫລີມສະຫລອງ...

ອ່ານເພີ່ມ