ໜ້າຫຼັກ / ໂຄງຮ່າງການຈັດຕັ້ງ
ພາລະບົດບາດກອງວິຊາການວິທະຍຸ-ໂທລະພາບ
- ຄົ້ນຄວ້າ, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ແຜນຍຸດທະສາດ; ສ້າງແຜນການ, ແຜນງານ, ໂຄງການ ກ່ຽວກັບວຽກງານວິທະຍຸ-ໂທລະພາບ;
- ຄົ້ນຄວ້າ, ຮ່າງຂໍ້ຕົກລົງ, ບົດແນະນຳ, ແຈ້ງການ ແລະ ໜັງສືສະເໜີຕ່າງໆ ທີ່ພົວພັນເຖີງວຽກງານ ວິທະຍຸກະຈາຍສຽງ ແລະ ໂທລະພາບ ໃຫ້ຄະນະພະແນກພິຈາລະນາ;
- ປັບປຸງເນື້ອໃນ, ຮູບແບບລາຍການ, ຂ່າວໃຫ້ທັນສະໄໝ, ວ່ອງໄວ, ແຫຼມຄົມ, ຫລາຍຮູບ, ຫລາຍສີ, ເລິກເຊິ່ງກວ້າງຂວາງ ເພື່ອຮັບໃຊ້ໜ້າທີ່ການເມືອງ ຂອງພັກ-ລັດໃນແຕ່ລະໄລຍະ;
- ໂຄສະນາເຜີຍແຜ່ ແນວທາງນະໂຍບາຍຂອງພັກ, ມະຕິ, ຄໍາສັ່ງ, ກົດໝາຍຂອງລັດ, ແຜນພັດທະນາເສດຖະກິດ-ສັງຄົມ ສະໜອງຂໍ້ມູນຂ່າວສານ ແລະ ຄວາມຮູ້ເຕັກນິກວິທະຍາສາດອັນໃໝ່ໃຫ້ແກ່ສັງຄົມ;
- ເປັນເຈົ້າການອະທິບາຍຊີ້ແຈງບັນຫາຕອບໂຕ້ຖ້ອຍທໍານອງບິດເບືອນຄວາມຈິງ ຂອງກຸ່ມຄົນບໍ່ດີ, ຕ້ານແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ, ສືກສາອົບຮົມ ແລະ ຊີ້ນຳໃຫ້ສັງຄົມຮັບຮູ້ເຂົ້າໃຈ;
- ເລືອກເຟັ້ນຂ່າວ, ບົດ, ວຽກດີຄົນເດັ່ນ, ຮູບພາບ, ເວັບໄຊຂອງວິທະຍຸກະຈາຍສຽງ ແລະ ໂທລະພາບເພື່ອເຜີຍແຜ່ໃຫ້ສັງຄົມຮັບຮູ້ ແລະ ເຂົ້າໃຈ ຕໍ່ແນວທາງນະໂຍບາຍຂອງພັກ-ລັດ, ສະພາບພັດທະນາເສດຖະກິດ-ສັງຄົມຢ່າງກວ້າງຂວາງ;
- ສ້າງແຜນການຍົກລະດັບມາດຖານເຕັກນິກ, ປັບປຸງ, ປ່ຽນຖ່າຍ, ສ້ອມແປງ, ຈັດຊື້ ເພື່ອຮັບປະກັນການເຄື່ອນໄຫວຮັບໃຊ້ໜ້າທີ່ວຽກງານໃຫ້ປົກກະຕິ;
- ຄຸ້ມຄອງ, ຕິດຕາມ, ກວດແກ້ເນື້ອໃນລາຍການຕ່າງໆທີ່ຈະກະຈາຍອອກອາກາດທາງວິທະຍຸກະຈາຍສຽງແລະ ໂທລະພາບ;
- ຂຸດຄົ້ນ, ຄຸ້ມຄອງລາຍຮັບ-ລາຍຈ່າຍວິຊາການພ້ອມທັງມອບພັນທະເຂົ້າງົບປະມານໃຫ້ຖືກຕ້ອງ;
- ສ້າງແຜນຝຶກອົບຮົມດ້ານວິຊາການ ເພື່ອຕອບສະໜອງຄວາມຕ້ອງການວຽກງານ ຂອງຂະແໜງໃນໄລຍະໃໝ່;
- ປະສານສົມທົບກັບຂະແໜງຖະແຫຼງຂ່າວ, ວິທະຍຸກະຈາຍສຽງ-ໂທລະພາບແຫ່ງຊາດ, ວິທະຍຸຊຸມຊົນ ເພື່ອແລກປ່ຽນທາງດ້ານວິຊາການ, ປັບປຸງຕາໜ່າງຂ່າວຂັ້ນຕ່າງໆ, ເກັບກຳຂ່າວ, ລາຍງານຂ່າວສົ່ງໃຫ້ແຂວງ ແລະ ສູນກາງ;
- ຕິດຕາມ, ກວດກາ, ເກັບກໍາ, ຄຸ້ມຄອງ, ຂຶ້ນບັນຊີຊັບສົມບັດຄົງທີ່, ພາຫະນະ ແລະ ອຸປະກອນຮັບໃຊ້ວຽກງານຕ່າງໆ ທາງດ້ານວິຊາການ;
- ຄົ້ນຄວ້າປະກອບຄຳຄິດຄຳເຫັນດ້ານວິຊາການ ແລະ ນຳສະເໜີປະຕິບັດນະໂຍບາຍຍ້ອງຍໍຕໍ່ລັດຖະກອນ ຜູ້ທີ່ມີຜົນງານ, ປະຕິບັດວິໄນ, ມາດຕະການ ຕໍ່ຜູ້ລະເມີດລະບຽບກົດໝາຍ;
- ສະຫຼຸບສັງລວມ, ລາຍງານການເຄື່ອນໄຫວວຽກງານຂອງກອງວິຊາການ ໃຫ້ຄະນະພະແນກເປັນປົກກະຕິ ພ້ອມທັງນໍາເອົາທິດຊີ້ນໍາຂອງຂັ້ນເທິງລົງມາເຜີຍແຜ່ຈັດຕັ້ງປະຕິບັດ;
- ປະຕິບັດໜ້າທີ່ອື່ນໆ ຕາມການມອບໝາຍຄະນະພະແນກ.